ເວບໄຊຫ້ອງວ່າການປົກຄອງເມືອງໄຊຍະບູລີ

ປະທານສະພາປະຊາຊົນແຂວງ, ໄດ້ລົງມາເຄື່ອນໄຫວຢ້ຽມຢາມເມືອງເງິນໃນຄັ້ງນີ້. ມອບລົດຖີບ ຈຳນວນ 10 ຄັນໃຫ້ນັກຮຽນດ້ອຍໂອກາດ,ທຸກຍາກ, ນັກຮຽນຊົນເຜົ່າ, ແລະ ນັກຮຽນເກັ່ງ ຊັ້ນປະຖົມສຶກສາ



    
    ວັນທີ 28 ກຸມພາ 2025 ນີ້. ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແຂວງໄຊຍະບູລີ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງເງິນ.ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ເມືອງເງິນ ແຂວງ ໄຊຍະບູລີ. ໂອກາດທີ່ທ່ານ ໄດ້ລົງມາເຄື່ອນໄຫວຢ້ຽມຢາມເມືອງເງິນໃນຄັ້ງນີ້. ທ່ານໄດ້ນຳເອົາ ລົດຖີບ ຈຳນວນ 10 ຄັນ ມາມອບໃຫ້ນັກຮຽນດ້ອຍໂອກາດ,ທຸກຍາກ, ນັກຮຽນຊົນເຜົ່າ, ແລະ ນັກຮຽນເກັ່ງ ຊັ້ນປະຖົມສຶກສາ, ເຊີ່ງມີນັກຮຽນທີຖືກຄັດເລືອກຕາມເປົ້າຫມາຍ ຈຳນວນ 7 ໂຮງຮຽນ ມີ 10 ນ້ອງ,ຍິງ 5 ນ້ອງ. ໃຫ້ກຽດມອບທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບໂດຍ ນ້ອງນັກຮຽນທັງ 10 ນ້ອງ, ໂດຍຊ່ອງຫນ້າ ຄະນະພັກອົງການປົກຄອງເມືອງເງິນ ເຂົ້າຮ່ວມເປັນສັກຄີພະຍານ.



                                                     ສາລະຄະດີການທ່ອງທ່ຽວເມືອງເງິນ




Post a Comment

Previous Post Next Post